ກະຊວງ ຖວທ ຫວນຄືນມູນເຊື້ອວັນ ສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ
10 Aug 2023 | ຂ່າວ,ພາບ: ກິດຕາ |
ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ( 20/7/1955-20/7/2023) ຂຶ້ນໃນວັນທີ 9 ສິງຫາ 2023. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ພ້ອມເອື້ອຍນ້ອງແມ່ຍິງພາຍໃນກະຊວງ 300 ຄົນເຂົ້າຮ່ວມ.
ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ( 20/7/1955-20/7/2023) ຂຶ້ນໃນວັນທີ 9 ສິງຫາ 2023. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ພ້ອມເອື້ອຍນ້ອງແມ່ຍິງພາຍໃນກະຊວງ 300 ຄົນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ສິລະກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວ: ການຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄັ້ງນີ້ ເພື່ອເຮັດໃຫ້ບັນດາສະມາຊິກ ເອື້ອຍນ້ອງແມ່ຍິງພາຍໃນກະຊວງ ໄດ້ຮັບຮູ້ປະຫວັດ ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະ ພັນແມ່ຍິງລາວ ຄົບຮອບ 68 ປີ; ນອກຈາກນີ້ ຍັງຍົກໃຫ້ເຫັນເຖິງຕົ້ນກໍາເນີດ, ທີ່ມາຂອງວັນທີ 20 ກໍລະກົດ ເຊິ່ງຶເປັນເຫດການຢ່າງພິລະອາດຫານ ຂອງແມ່ຍິງລາວ ບັນດາເຜົ່າ, ໃນຂະບວນການຕໍ່ສູ້ປະຕິວັດ ຕ້ານການຮຸກຮານຈັກກະພັດຕ່າງດ້າວ ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ ຄຽງບ່າຄຽງໄຫລ່ກັບເພດຊາຍ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່, ຍ້ອນເຫັນໄດ້ບົດບາດຂອງແມ່ຍິງລາວ ໃນພາລະກິດດັ່ງກ່າວ ພັກປະຊາຊົນ ປະຕິວັດລາວ ຈຶ່ງໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນ ໃນວັນທີ 20 ກໍລະກົດ 1955. ທ່ານ ນາງ ສິລະກິດ ບຸບຜາ ຍັງໃຫ້ຮູ້ອີກວ່າ: ອົງການຈັດ ຕັ້ງສະຫະພັນແມ່ຍິງລາວ ໄດ້ກາຍເປັນອົງການ ເຕົ້າໂຮມປຸກລະດົມແມ່ຍິງລາວ ເຂົ້າໃນການເຮັດໜ້າທີ່ ເບິ່ງແຍງ, ລ້ຽງ ດູ, ຊຸກເຊື່ອງ, ຕິດຕໍ່-ສົ່ງຂ່າວ ໃຫ້ພະນັກງານທະຫານປະຕິວັດ ຢູ່ແນວໜ້າ ແລະ ເຂດຄວບຄຸມຂອງສັດຕູ, ລໍາລຽງຂົນສົ່ງສະບຽງອາຫານ, ອາວຸດຍຸດໂທປະກອນ, ເຄື່ອງນຸ່ງຫົ່ມ ໃຫ້ແກ່ພະ ນັກງານ, ນັກຮົບປະຕິວັດຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ ລູກ-ຫລານ ອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະ ຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ; ເປັນເຈົ້າການ ປົກປັກຮັກສາເຂດນໍ້າດິນແດນອັນແສນຮັກ ແລະ ຫວງແຫນຂອງຕົນໄວ້ໄດ້ ຢ່າງໝັ້ນຄົງ. ດ້ວຍນໍ້າໃຈເສຍສະຫລະອັນສູງສົ່ງ ແລະ ອົງອາດກ້າຫານ, ແມ່ຍິງຈຳນວນບໍ່ໜ້ອຍ ໄດ້ຮັບນາມມະຍົດ ເປັນນັກຮົບແຂ່ງຂັນ, ເປັນວິ ລະຊົນແຫ່ງຊາດ, ໄດ້ຮັບການປະດັບ ຫລຽນໄຊປະເພດຕ່າງໆ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍ ຫລາຍລະດັບທີ່ແຕກຕ່າງກັນ. ຜົນງານອັນປະເສີດເລີດລໍ້າດັ່ງກ່າວ ໄດ້ກາຍເປັນແວ່ນແຍງ, ເປັນແມ່ແບບອັນໃສແຈ້ງ ໃຫ້ແກ່ເອື້ອຍນ້ອງແມ່ຍິງລາວທຸກຄົນ ສືບທອດຈົນ ມາເຖິງປັດຈຸບັນ.
ຂ່າວ,ພາບ: ກິດຕາ
Share: